សំរាប់ទាំងអស់គ្នា

ចំណេះដឹង​ដើម្បីទាំងអស់គ្នា

ພາສາລາວ

ອັນ ໃດ​ທີ່​ເອີ້ນ​ວ່າ ວັນນະຄະດີ​ສັນ​ສະ​ກິດ?

ເນື້ອ​ໃນ​ສ່ວນ​ໃຫຍ່​ເວົ້າ​​ເຖິ່ງຫຍັງ?

ວັນນະຄະດີ​ສັນສະ​ກິດ ໝາຍ​ເຖິງ ວັນນະ​ຄະດີ​ທີ່​ຂຽນ​ໂດຍ​ພາ​ສາ​ສັນສະກິດ ຮວມທັງ​ສັນສະ​ກິດ​ພະ​​ເວດ(Vedic) ​ແລະ​ສັນສະກິດ​​ແທ້ ຫຼື​ສັນສະ​ກິດແບບ​​ແຜນ(Classic) ຊຶ່ງ​ເປັນ​ວັນນະຄະດີ​ທີ່​ ສື່ບທອດ​ດ້ວຍ​ວິທີ​ມຸຂະ​ປາຖະ​ກ່ອນ​ແລ້ວ ຈຶ່ງ​ຈຸດ​ລົງ​ໃບ​ລານ ຫຼື​ເຈຍ ​ແລະ​ຄັດ​ລອກ​ສື່​ບຕໍ່​ກັນ​ມາ ​ຊຶ່ງ ຕົນ​ສະບັບ​ຕີ​ພິມ​ເພິງຈະ​ປາກົດ​ໃນ​ສະຕະວັດທີ່19.

I- ຍຸ​ກຂອງ​ວັນ​ຄະດີສັນສະ​ກິດ

ວັນນະຄະດີ​ສັນສະກ​ິດ​ຍັງແບ່ງອອກ2​ເປັນ​ຍຸກ ຄື:

  1. 1. ວັນນະຄະ ດີ​ຍຸກ​​ພະ​ເວ​ດ(Vedic Sansakrit)

1500-200ປີ ກ່ອນ​ຄ.ສ​ ເປັນ​ວັນນະ​ຄະດີ​ມຸຂະປາຖະ(ປາກ) ບໍ່​ມີ​ການ​ຈົດ​ບັນທຶກ ​ຊຶ່ງ​ມີ​​ເນື້ອໃນກ່ຽງຂ້ອງ ດ້ວຍປັດ ຊະ​ຍາ​ແລະ​ສາ​ສະໜາ. ວັນນະຄະດີ​ຍຸ​ກພະ​ເວ​ດນີ້ ຍັງ​​ແບ່ງ​ອອກ​ເປັນ 2ຕອນ​ຄື ຕອນ​ເຄິ່ງ​ແຮກ​ຂອງ​ຍຸກ​ວັນນະ​ຄະດີ​ໃຊ້​ຄຳ​ຮ້ອຍ​ກອງ ມີ​ເນື້ອ​​ໃນ​ເປັນ​ປັດ​ຊະ​ຍາ ​ເຊິ່ງ​ແຜ່​ຢູ່​ແຖບ​ລຸ່ມ​ແມ່​ນຳ​ສິນທຸ. ສ່ວນ​ຕອນ​ເຄິ່ງຫຼັງ ​ເປັນ ວັນນະຄະດີ​ປະ​ເພດ​ຮ້ອຍ​​ແກ້ວ ເປັນ​ສ່​ວນຫຼາຍ, ​ຊຶ່ງ​ ເນື້ອ​ໃນ​ຂ​ອງ​ເລື່ອ​ງສ່ວນ​ໃຫຍ່​ເປັນ​ເທບ​ນິຍາຍ​ ສ່ວນ​ພາກປັດ​ຊະ​ຍາຖືກ​ຕັດ​ຫຼຸດ​ໜ້ອຍ​ລົງ ແລະ ​ມີ​ສູນ​ກາງ​ຢູ່​ແຖບ​ດິນ​ແດນ​ທາງ​ໃຕ້ ທີ່​ເອີ້ນ​ວ່າ ​ເດກຄານ.

  1. ວັນນະ ດີ​ິຍຸກ​ສັນ​ສະກ​ິດ​ແທ້ ​ຫຼື​ສັນສະກິດ​ແບບ​​ແຜນ(Classical Sansakrit):

500ປີ ກ່ອນ​ຄ.ສ- ປີ​ຄ.ສ 1100 ​ໄດ້​ຈົດບັນທ​ຶກ​ເປັນ​ຫັຼກຖານ ປະກອບ​ດ້ວຍ​ຄຳ​ປະ​ພັນ​ນານາ ຊະນິດ ​ເຊ​ິ່ງມີ​ເນື້ອ​ເລ່ືອງ​ເປັນ​ການ​ສັນລະ​ເສີນ​ແທບ​ພະ​ເຈົ້າ,  ເລື່ອງ​ປະຫວັດສາດຂອງ​ໂລກ. ​ໂດຍ​ສຳນ​ຶກທົວ​ໄປ​ແລ້ວ ສັນສະ​ກິດ​ແບບ​​ແຜ່ນ ສືບ​ຕໍ່​ມາ​ໂດຍ​ບໍ່ຂາດ​ຕອນ ຈົນ​ເຖິງ​ປັດຈຸບ​ັນ ​ເພາະວ່າ​ງານ ຂຽນ​ເກືອບ​ທຸ​ກວິ​ຊາ ທີ່ຂຽນ​ຫຼັງຄ.ສ 1100 ​ເຖິງ​ປັດຈຸ​ບັນ ກໍ​ໄດ້​​ໃຊ້​​ແບບ​ຂອງ​ສັນສະກິດ​ແບບ​ແຜ່ນ​ນັ້ນ.

II. ລັກສະນະ​ຂອງ​ວັນນະ​ຄະ​ດີ​ສັນສະກິດ

ເມື່ອ​ນັກ​ວັນນະ​ຄະດີ ຊາວ​ຕະ​ເວັນ​ຕົກ ​ເລ​ີ່ມສົນ​ໃຈ​ວັນນະຄະດີ​ອີນ​ເດຍ ຄວາມ​ນິຍົມ​ສຶກສາ​ວັນນະຄະດີ​ສັນສະ​ກິດ​ ​ໃນ​ໝູ່​ຊາ​ວຕະ​ເວັນ​ຕົກ ທຳ​ໃຫ້​ເກີດ​ທັດສະນະ ​ ຕ່າງໆ ​ໃນ​ການ​ປະ​ເມ​ີນຄ່າ​ວັນນະຄະດີ​ສັນສະກິດ ຊຶ່ງ​ສ່ວນ​ຫຼາຍ​ໃຊ້​ເກນ​ຂ​ອງວັນນະຄະ​ດີ​ແບບ​ແຜນ(classic) ຂອງ​ເກ​ຣັກ​ເປັນ​ມາ​ດຕະຖານ.

1-ປະ​​ເພດ ​ແລະ ການ​ກ​ຳ​ເນີ​ດ ​ຂອງ​ວັນນະຄະດີ​ສັນສະກິດ

ວັນນະຄະດີ​ສັນສະກິດ ​​ແບ່ງ​ອອກ​ຢ່າ​ງກວ້າງ​ໆ ​ໄດ້ 4ປ​ະ​ເພ​ດ ຄື: ອາຄົມ, ສາດ , ອິຕິ​ຫາ​ສະ ​ແລະ​ກາວະ​ຍະ.

1.1-ອາຄົມ: ຄື​ງານ​ຂຽນ​ ທີ​່ກ່ຽວ​ກັບ​ສາສໜາ ​ແລະ​ປັດ​ຊະ​ຍາ ​ໄດ້​ແກ່​ຄຳ​ພີ​ພະເວດ, ຄຳ​ພີພາ​ມະນະ, ຄ​ຳພີ​ອາຣັນຍະ​ກະ ​​ແລະ​ຄຳ​ພີ​ອຸປະ​ນິສັດ.

ຄຳ​ພີ​ພະ​ເວດ​ເປັນ​ບົດ​ສູດ​ທີ່​ຊົງ​ຈຳ​ຕ່ໍໆ​ກັນ​ມາ​ແລ້ວ​ຈຶ່ງ​ບັນ​ທຶກ​ລົງ​​​ເປັນ​ລາຍ​ລັກ​ອັກສອນ, ພາຍຫຼັງ ກໍ​ຈັດ​ແບ່ງ​ເປັນ​ໝ່ວດໝູ່(ສຳ​ຫິຕາ) ຮຽກ​ວ່າ ຣຶຄະ ເວດ​ສຳ​ຫິຕາ, ສຳມະ​ເວດ​ສຳ​ຫິຕາ, ຍະ​ຊຸ​ຣະ​ເວດສຳ​ຫິຕາ, ​ແລະ​ອະ​ຖັນຣະ​ເວດສຳ​ຫິຕາ. ບົດ​ອະ​ທາ​ທິບາຍ​ບົດ​ສູດ​ໃນ​ຄ​ຳພີ​ພະ​ເວດ ​ເອີ້ນວ່າ​ຄຳ​ພີ​ພາ​ມະນະ. ຄຳ​ພີ​ພະ​ເວດ​​ແຕ່​ລະ​ເລ​ື່ອງ ກໍ​ມີ​ຄຳ​ພີ​ພາ​ມະນະ​ເປັນ​ຄູ່​ມື ​​ເຊີ່ງ​ອາດ​ຈະ​ມີ​ຫຼາຍ​ເຫຼັ້ມ ຫຼື​​ເຫຼັ້ມ​ດ່ຽວ​ກໍ​ມີ ​ເຊັ່ນ ຄຳ​ພີຣຶຄ​ະ​ເວດ ມີ​ຄຳ​ພີ​ພາ​ມະນະ​ຊື່ວ່າ ​ໄອ​ຕະ​ເຣຍະ ​​ແລະ ສາງ​ຂາ​ຍະ​ນະ ​ເປັນຄູ່​ມື, ສ່ວນ​ງານ​ຂຽນ​ຫຼັກ​ປັດ​ຊະ​ຍາ​ຕ່າງໆ ​ໄດ້​ແກ່ ຄຳ ພີ​ອາຣັນຍະກະ ​ແລ​ະຄຳ​ພີ​ອຸປະນິສັດ.

1.2- ສາດ(ສາສຕຣະ): ຄື​ງານ​ຂຽນ​ກ່ຽວ​ກັບ​ວິ​ຊາ​ຕ່າງໆ ສ່ວນ​​ໃຫຍ່​​ເປັນ​ຕຳລາ​ສຶກສາ ວິຊາ ຄວາມ​ຮູ້ ​ເພື່ອ​ເຂົ້າ​ໃຈ​ພະ​ເວດ​ໄດ້​​ເລິກ​ເຊິ​່ງ ​ເຊັ່ນ​ຕຳ​ລາ​ໄວຍາ​ກອນ​ຊື່ວ່າ ອັດ ຖາ​ທະ​ຢາ​ຍີ ຂ​ອງປາ​ນິນິ ​ທີ່ສະ​ແດງ​ ກົດ​ເກນ​ຂອງ​ພາສາ​ພະ​ເວດ ​ເພື່ອ​​​ເປັນ​ແນ​ວທາງ​ໃນ​ການ ​ໃຊ້​ພາສາ​ໃນ​ບົດ​ສູ​ດ ​ໄດ້​ຢ່າງ​ຜິດ​ພ້ຽນ ​ແລະ​ຕຳ​ລາ​ດາລາ​ສາດ ​ແລະ​ໂຫລາ​ສາ​ດ ຊຶ່​ງ ເປັນ​ແນວ​ທາງ​ໃນ​ການ​ສຶກສາລະ​ບົບ​ຂ​ອງ ດວງດາວ​ທີ່​ກ່ຽວ​ຂ້ອງ ກັບ​ສະ​ຕາລາ​ສີ ຫຼື​ລຶກຍາ​ມກຳນົດ​ໄວ້​ໃນ​ວິທີ​ກຳ ຕຳ​ລາ​ຕ່າງໆ ​ເຊິ່ງ​ແຕ່ງ​ເປັນ​ຄຳ​ຮ້​ອຍກອງ ​​ແຕ່​ບໍ່ຖື່​ເປັນ​ງານ ວັນນະ​ສິນ ​ເພາະ​ພຽງ​​ແຕ່​ຜູກ​ຂຶ້ນ​ໃຫ້​ຄອງ​ກັນ ​ເພື່ອ​ຄວາມ​ສະດວກ​ໃນ​ການ​ຈົດ​ຈຳ​ເທົ່າ​ນັ້ນ ບໍ່​ໄດ້​ມຸ່ງການ​ສື່ສານ​​ແຕ່​ຢ່າງ​ໃດ້.

1.​3- ອິຕິ​ຫາ​ສະ: ຄື​ງານ​ທີ່​ມີ​ເນື້ອ​ຫາ​ອິງ​ເກດ​ປະຫວັດສາດ ​ແຕ່ງ​ຂຶ້ນ​​ເພື່ອ​ວີ​ລະບຸ​ລົດ ​ເປັນ​ຕຳ​ນານ​ທີ່​​ເລົ່າ​ສື່​ບຕ່ໍ​ກັນ​ດ້ວຍ​ການ​ຊົ່ງຈຳ ​ແລ​ະມີ​ການ​ແຕ່ງ​ຕື່ມ​​​ເສີມ​ຕໍ່​ຫຼາຍ​ອີກ ກ່ອນ​ທີ​່ຈະ​ບັນທຶກ​ໄວ້​ເປັນ​ລາຍ​ລັກ​ອັກສອນ ທີ​່ຮຽກ​ວ່າ ອິຕິ ຫາ​ສະ (ອິຕິ-ດັ່ງ​ນັ້ນ, ຫ- ​​ແນ່ນອນ, ອາສະ- ​ເປັນ) ​ເພາະ​ເຊື່ອ​ກັນ​ວ່າ​ເປັນ​ເລື່ອງ​ທີ່​ເກີດ​ຂຶ້ນ​ຈິງ​ໆ ​ເຊ່ັນ ການ​​ສູ້ຮົບ​ລະຫວ່າງ​ອ້າຍ​ນ້ອງ ຕະກຸນ​ປານ​ທົບ ກັບ​ເຄົາລົບ ​ໃນ ມະຫາພາຣະຕະ ເປັນ​ຕົ້ນ.

1.4- ບົດກະວີ​ ຫຼື​ກາວ​ະຍະ (ຜົນງານ​ຂອງ​ນັກ​ກະວີ ​ໃຊ້​ໃນ​ຄວາມ​ໝາຍ​ເຈາະຈົງ​ເປັນ​ງານ​ ວັນນະ​ສິນ): ຄື​ງານ​ຂຽນ​ທີ່​ມີ​ວັນນະ​ສິນ ມຸ່ງ​ສ້າງ​ອາລົມ​ສຸ​ນຊີ ມັກ​ມີ​ເນື້ອ​​ໃນກ່ຽວ​ກັບ​ມະ​ນຸດ​ໂດ​ຍ ສະທ້ອນ​ໃຫ້​ເຫັນ​ປະສົບ​ການ​ຊີວິດ ອາດຈະ​ມີ​ຮູບ​ແບບ​ເປັນ​ນິທານ​ເຊັ່ນ ປັນຈະ​ຕັນຕຣະ, ​ເປັນນິຍາຍ​ເຊ່ັນ ກາທ ຳພະຣີ ເປັນ​ບົດ​ກະວີ​ເຊັ່ນ ເມຂະ​ທູດ ຫຼື​ເປັນ​ລະຄອນ​ເຊັ່ນ ສະ ກຸນ​ຕະລາ.

ການ​​ແບ່ງ​ປະ​ເພດ​ດັ່ງ​ກ່າວນີ້ ບໍ່​​ແມ່​ນຈະ​ເດັດ​ຂາດ ​ເພາະ​ວັນນະຄະດີ ສ່ວນ​ຫຼາຍ​ມີ​ປະຫວັດ ອັນ​ຍາ​ວນານ ​ໃນ​ການ​ສື່​ບຕໍ່​ກັນ​ມາ ​​ໄດ້​ມີ​ການ​ຕັດ​​ແບ່ງ​ຕື່​ມ ​ເຮັດ​ໃຫ້​ວັດ​ຖຸປະສົງ​ປຽນ​​ແປ່​ງ​ເປັນ​ວາລະ. ຕົວຢ່າງ: ​ເລ່ືອງ ຣາມາ ຍະ​ນະ ອາດ​ຈະ​​ເປັນ​ອະຕິຫາ​ສະ ​ໃນ​​ແງ່​ທີ່​ເລ​ື່ອງປະຫວັດ​ສາດ ​ເພາະວ່າ​ເປັນ ​ເລື່ອງ​ຂອງ​ກະສັດ​ຕີ​ຣະຂຸ​ວົງ ​​ແຕ່ງ​ຂຶ້ນ​ເພື່ອ​ສັນລະ​ເສີນ ​ເຊັ່ນ​ດ່ຽວ​ກັບ ມະຫາພາຣະຕະ . ​ແຕ່​ເນື່ງຈາກ​ວ່າ​ເປັນ​ມະຫາ​ກາບ ​ເລື່ອງ​ທຳ​ອິດ​ໃນ​ປະ​ເພດ​ບົດ​ກະວີ. ອີກ​ຕົວ​ຢ່າງນຶ່ງ​ຄື ຄຳ ພີ​ປຸຣານະ ທີ່​ຂຽນ​ກ່ຽກັບ​ສາສໜາ ​ແລະ​ຄວາມ​ເຊື່ອ​ຕ່າງໆ ​ເຊັ່ນ​ການ​ສ້າງ​ໂລກ ​ເທບ​ນິຍາຍ ​​ແຕ່​ກໍ່​ມີ​ເລື່ອງ​ທາງ​ໂລກ​ເຊັ່ນ ປະຫວັດ​ສາດ ຈຶ່ງ​ຈັ​ດ​ເຂົ້າ​​ໃນ​ປະ​ເພດ​ຂອງອິຕິ ຫາ​ສະ.

2. ເນື້ອ​ໃນ ຂອງ​ວັນນະຄະດີ​ສັນສະກິດ

ວັນນະຄະດີຍຸກ​​ພະ​ເວດ ແລະ ພຣາມະນະ​ມີ​ໃນ​ຮູບ​ແບບ​ຄຳ​ບວງສວງ​ເທ​ບພະ​​ເຈົ້າ ​ເພາະ​ມະນຸດ​ຍັງ​ກັງວົນ​ເລື່ອງ​ຄວາ​ມປອດ​ໄພ​ຂອງ​ຊີວິດ​ຂອງ​ຕົນ ​ເມື່ອ​ບໍ່​ສາມາດ​​ເອົາ​ຊະນະ​ທຳ​ມະ​ຊາດ​ໄດ້ ​ແລະ​ບໍ່​ສາມ​າດຫາ​ຄຳ​ຕອບ​ມາ​ອະທິບາຍ​ຄວາ​ມ​ຍິ່ງ​ໃຫຍ່​ຂອງ​ອຳນາດ​ເລິກ​ລັບ​ໄດ້ ມະນຸດ​ກໍ​ໄດ້​​ແຕ່​ສູດ ອ້ອນ​ວອນບວງສວງ​ບູຊາ​ເພ​ື່ອ​ໃຫ້​ເທບພະ​ເຈົ້າ, ຄັ້ນ​ເມື່ອ​ມະນຸດ​ມີ​ຄວາ​ມຄ​ິດວິພາກ​ວິຈານ​ຫຼາຍ​ຂຶ້ນ ກໍ​ເລ່ີ​ມຕັ້ງ​ປັນຫາ​ສັດຈະທຳ ຈຶ່ງ​ເກີດ​ງານ​ຂຽນ​ທີ​່​ເປັນ​ບົດ​ວິພາກ​ຄວາມ​ເຊື່ອ ​​ແລະ​ສະ​ແຫວ​ງຫາ​ສັະຈະ​ທຳ ​ດັ່ງ​ປາ​ກົດ​ໃນ​ຄຳ​ພີ​ປະ​ເພດ ອາຣັນຍະກະ ແລະ ອຸປະ​ນິສັດ ສະບັບ​ຕ່າງໆ (Ananda K. Coomaraswamy, “ Hindu View of Art: Historical” in the Dance of Shiva).

ເມື່ອ​ປຽບທຽບ​ວັນນະຄະ​ດີ 3ປະ​ເພດຄື ອາຄົມ ສາດ ​ແລະ​ອິຕິ​ຫາ​ສະ ກັບປະ​ເພດ​ທີ4 ບົດ​ກະວີ ຈະ​ເຫັນ​ວ່າ​ວັນນະຄະດີ ​3ປະ​ເພດ​ທຳອິດ​ ມີ​ເນື້ອ​ໃນ​ອັນ​ສຳຄັນ ​ເຖິງ​ວ່າ​ຈະ​ແຕ່​ງ​ເປັນ​ຄຳ​ຮ້ອຍ​ກອງ ກໍ​ພຽງ​ເພ​ື່ອຄວາມສຳ​ຜັດ​ໃຫ້​ສະ​ດວກ ​ໃນ​ການ​ຊົ່ງຈຳຫຼາຍກວ່າ​ເພື່ອ​ກາ​ນ​ໄພ​ເລາະ ​​ແລະ​ເຖິງ​ວ່າ ມີ​ການ​​ໃຊ້​ພາບ​ພົດ ກໍ​ພຽງ​ແຕ​່ສື່​ຄວາ​ມໝາຍ​ຫຼາຍ​ກວ່າ​ເພື່ອ​ເປັນ​ອະ​ລັງກາ​ນ. ການ​ສະ​ແດງ​ອາລົມ​ໃນ ບົດຂຽນ​ທັງ 3ປະ​ເພດ ບໍ່​ໄດ້​ຊັບຊ້ອນ ​ແລະ​ລະອຽດ​ອ່ອນ​ເທົ່າ​ກັບ​ໃນ​ບົດ​ກະວີ, ມັນ​ມັກ​ຈະ​ເປັນ​ອາລົມ ທີ່​ມີ​ທາ​ອ່ຽງ​ໄປ​ທາງ​ອຸດົມ​ຄະ​ຕິ. ​ໃນ ຄຳ​ພີ​ພະ​ເວດ ອາລົມ​ທີ່​ປາກົດ​ຄື ຄວາມ ພັກດີ​ຕໍ່​ເທບ​ພະ​ເຈົ້າ ແລະ​ຄວາມ​ດີ​ໃຈທີ່​ໄດ້​ເຂົ້າ​​ໃກ້​ຢູ່​ຊົງ​ອຳ​ນາດ ນັ້ນ ບໍ່​ແມ​່ນອາລົມ​ພື້ນຖານຂອງ​ມະນຸດ​ທີ​ມີ​ໃນ​ຊີວິດ​ປະຈຳ​ວັນ ​ເຊັ່ນ ຮັກ​, ​​ຄຽດ​​, ຊັງ ຫຼື​ສົງສານ… ດັ່ງ​ທີ່​ປາກົດ​ໃນ​ບົດ​ກະ​ວີ, ​ໃນ​ຕຳລາ​ຕ່າງໆ ​ເລື່ອງ​ຂອງອາລົມ ​ເກືອບ​ຕັດ​ອອກ​ໄປ​ໄດ້. ນອກຈາກ​ບາ​ງຕອນ​ທີ່​ມຸງ​ສ້າງ​ຄວາ​ມສັກສິດ ອາດ​ຈະ​ມີ​ບົດ​ທີ່​ສະ​ແດງ​ອາ​ລົມ​ບ່າງ ສ່ວນ​​ໃນ​ອິຕິ​ຫາ​ສະ ​ເຊ່ິງ​ເປັນ​ເລ່ືງ​ລາວ​ຂອງ​ມະນຸດ ​ເລີ່​ມມີ​ເນື້ອ​ໃນ​ກ່ຽວ​ກັບ​ອາລົມ​ຂອງມະນຸດຢູ່​ນຳ ​ເຖິງ​ວ່າ​ຍັງ​ບໍ່​ເດັ່ນ​ເທົ່າ​ກັມ​ບົດ​ກະ​ວີກ​ໍຕ່າ​ມ. ອິຕິ​ຫາ​ສະ ສະ​ແດງ​​ເຖິງ​ວິລະ​ກຳ​ຂ​ອງບັນພະບຸ​ລົດ ​ເນື້ອ​ໃນ​ກ່ຽວ​ກັບ​ຄວາ​ມກ້າຫານ ​ເພ່ືອ​ທຳ​ໃຫ​​້​ເກີດ ຄວາ​ມຊື່ນ​ຊົມ​ໃນ​​​ໃຈ​ຂອງ​ຜູ້​ອ່ານ, ​​ແຕ່​ກໍ​ມີ​ບ່າງ​ເລ​ື່ອງ​ເຊັ່ນ ມະຫາ ພາຣະຕະ ກໍ​ຍັງ​ຂາ​ດ​ຄຸນ​ລັກສະນະ​ຫຼາຍ​ປະການ ນອກ​ຈາ​ກ​ເນື້ອ​ໃນ​ບາ​ງຕອນ​ໃນ​ຍຸກ​ຫຼັງ​ນຳ​ມາ ປັບປຸງ​ໃຫມ່​​ໃຫ້​ເປັນ​ບົດ​ກະວ​ີ​ເອກ​ເຊັ່ນ ສະ ກຸນ​ຕະລາ ​ເວ​ນີສັງຫານ ສ​ິສຸ​ປາລະ ເປັນ​ຕົ້ນ.

 
តាមដាន

Get every new post delivered to your Inbox.

%d bloggers like this: